1. ຜູ້ສະໝັກທຶນຂອງລັກທະບານຈີນ, ກະລຸນາເຂົ້າໄປທີ່ເວັບໄຊນັກສຶກສາຕ່າງປະເທດຈີນຄະນະກໍາມະການຄຸ້ມຄອງກອງທຶນ(http://www.csc.edu.cn/Laihua/), ລົງທະບຽນແບບອອນໄລ, ພ້ອມດຽວກັນນີ້ແມ່ນຈະອີງຕາມຄວາມຕ້ອງການຂອງກະຊວງສຶກສາທິການ, ຫຼືສົ່ງເອກະສານເປັນລາຍລັກອັກສອນສະໝັກໄປຍັງຫ້ອງການແລກປ່ຽນ ແລະ ຮ່ວມມືສາກົນຂອງມະຫາວິທະຍາໄລຊົນເຜົ່າກຸ້ຍໂຈ້. 2.ຜູ້ທີ່ສະໝັກບໍ່ແມ່ນທຶນຂອງລັດທະບານຈີນ,ກະລຸນາເຂົ້າໄປທີເວັບໄຊການແລກປ່ຽນ ແລະ ຮ່ວມມືສາກົນຂອງມະຫາວິທະຍາໄລຊົນເຜົ່າກຸ້ຍໂຈ້. (http://oic.outsidecatclub.com) ດາວໂຫລດໃບສະໝັກນັກສຶກສາຕ່າງປະເທດມະຫາວິທະຍາໄລຊົນເຜົ່າກຸ້ຍໂຈ້, ຂຽນລາຍລະອຽດແລ້ວລວມກັບເອກະສານສະໝັກ ອື່ນໆສົ່ງໄປຍັງຫ້ອງການແລກປ່ຽນ ແລະ ຮ່ວມມືສາກົນຂອງມະຫາວິທະຍາໄລ ຫຼື ສະແກນແລ້ວສົ່ງໄປຍັງອີເມລgzmuadmission@sina.com, ຜູ້ທີ່ຕ້ອງການສະໝັກທຶນຂອງມະຫາວິທະຍາໄລ, ໃນເວລາດຽວກັນຕ້ອງດາວໂຫລດ«ໃບສະໝັກທຶນຂອງມະຫາວິທະຍາໄລຊົນເຜົ່າກຸ້ຍໂຈ...